ໜ້າຫຼັກ / ການເຄື່ອນໄຫວ / ອ່າງຫຼວງ ເນັ້ນການມີສ່ວນຮ່ວມຂອງນັກທ່ອງທ່ຽວ ເພື່ອຮັກສາການທ່ອງທ່ຽວແບບຍືນຍົງ

ອ່າງຫຼວງ ເນັ້ນການມີສ່ວນຮ່ວມຂອງນັກທ່ອງທ່ຽວ ເພື່ອຮັກສາການທ່ອງທ່ຽວແບບຍືນຍົງ

04 Jun 2025 | ບຸນທະວີ ພົມມະສິດ |

ແນວຄວາມຄິດເຈົ້າຂອງສະຖານທີ່ທ່ອງທ່ຽວ ອ່າງຫຼວງ ເມືອງວັງວຽງ ໄດ້ເນັ້ນການທ່ອງທ່ຽວ ແບບສະອາດ ແລະ ມີສ່ວນຮ່ວມ ຂອງນັກທ່ອງທ່ຽວ ເພື່ອສ້າງຄວາມຍືນຍົງຂອງທຳມະຊາດ ຈົນເຮັດໃຫ້ສະຖານທີ່ທ່ອງທ່ຽວດັ່ງກ່າວໄດ້ຮັບລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງ ຂອງ ສປປ ລາວ.

 

ເມື່ອບໍ່ດົນມານີ້, ທ່ານ ຫມອກສະຫວັນ ຈິດຕະວົງ ເຈົ້າຂອງສະຖານທີ່ທ່ອງທ່ຽວທໍາມະຊາດ ອ່າງຫຼວງ (ບູລາກຸນ 2) ໄດ້ໃຫ້ສໍາພາດຕໍ່ນກຂ່າວພວກເຮົາວ່າ: ອ່າງຫຼວງ ເປັນສະຖານທີ່ທ່ອງທ່ຽວທາງ ທໍາມະຊາດ ເຊິ່ງການພັດທະນາແມ່ນຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ ໃຫ້ມີຄວາມສົມດູນ ແລະ ຍືນຍົງ ໂດຍເນັ້ນໃຫ້ ນັກທ່ອງທ່ຽວທຸກໆຄົນທີ່ເຂົ້າມາທ່ຽວຊົມ ໃຫ້ມີສ່ວນຮ່ວມໃນການຮັກສາຄວາມ ສະອາດຊ່ວຍກັນ ໂດຍສະເພາະແມ່ນການເກັບມ້ຽນຂີ້ເຫຍື້ອ, ຫຼື ສິ່ງເສດເຫຼືອ ຈາກອາຫານແລະເຄື່ອງດື່ມ ຕ່າງໆ ທີ່ທ່ອງທ່ຽວໄດ້ນຳເຂົ້າມານັ້ນ ພ້ອມທັງຄັດແຍກຂີ້ເຫຍື້ອຖີ້ມລົງຖັງ ທີ່ທາງເຈົ້າຂອງສະຖານທີ່ທ່ອງ ທ່ຽວ ໄດ້ຈັດໄວ້ໃຫ້, ເພື່ອເຮັັັດໃຫ້ ສະຖານທີ່ທ່ອງທ່ຽວແຫ່ງນີ້ ມີຄວາມສະອາດງາມຕາ ໜ້າທ່ຽວ, ໜ້າຊົມ ບໍ່ກະທົບຕໍ່ສິ່ງແວດລ້ອມ. 

 

ທ່ານໄດ້ບອກອີກວ່າ: ສະຖານທີ່ທ່ອງທ່ຽວ ອ່າງຫຼວງ ແມ່ນມີຫຼາກຫຼາຍກິດຈະກຳໃຫ້ຫຼິ້ນເປັນຕົ້ນແມ່ນ ໂດດນໍ້າ, ຂີ່ສະລິງ, ຢ່າງປ່າ ຊົມທໍາມະຊາດທີ່ສວຍງາມ, ຊົມການສະແດງສິລະປະພື້ນບ້ານ, ນັ່ງຕູບກິນອາຫານທີ່ແຊບ ແລະ ກິດຈະກໍາອື່ນໆ. ແລະ ສຳລັບສິ່ງທີ່ເປັນຈຸດເດັ່ນເຮັດໃຫ້ນັກທ່ອງທ່ຽວໄດ້ມາແລ້ວຕິດໃຈຄື ອ່າງນໍ້າໃສ ເປັນສີຟ້າຈົນສາມາດແນມເຫັນຮອດພື້ນນ້ຳ, ທີ່ສຳຄັນ ນັກທ່ອງທ່ຽວສາມາດນຳເອົາອາຫານມາແຕ່ງກິນເອງ ຫຼື ອຸດໜູນອາຫານຢູ່ທີ່ນັ້ນກໍ່ໄດ້. ນອກຈາກນີ້ ຍັງອະນຸຍາດໃຫ້ພໍ່ແມ່ປະຊາຊົນມີສ່ວນຮ່ວມໂດຍສາມາດນຳເອົາປະເພດອາຫານພື້ນບ້ານ, ເຄື່ອງທີ່ລະນຶກ, ໂຊການຟ້ອນລຳຕ່າງໆໄດ້ຟຮີໂດຍບໍໄດ້ເສຍຄ່າຫຍັງ.

 

ສະຖານທີ່ທ່ອງທ່ຽວອ່າງຫຼວງ ຕັ້ງຢູ່ບ້ານນາມ່ວງ ຫ່າງຈາກຕົວເມືອງວັງວຽງ ປະມານ 13 ກິໂລແມັດ ເສັ້ນທາງເຂົ້າ-ອອກ ສະດວກສະບາຍ, ຖ້າຫາກທ່ານສະຖານຢາກພາຄອບຄົວ ຄູ່ຮັກ ເພື່ອນໆ ໄປພັກຜ່ອນສຳພັດກັບທຳມະຊາດ ຫາຍໃຈເອົາອົກຊີທີ່ເຕັມປອດຢ່າລືມລອງໄປສຳພັດສະຖານທີດັ່ງກ່າວໄດ້.

Share:

ຂ່າວຫຼ້າສຸດ

ການທ່ອງທ່ຽວ

ນັກສຳມະນາກອນສື່ມວນຊົນພາກກາງ ໄດ້ລົງທັດສະນະສຶກສາເກັບກຳຂໍ້ມູນຕົວຈິງ ຢູ່ເມືອງວັງວຽງ

  • 27 Jun 2025
  • ບຸນທະວີ ພົມມະສິດ

       ...

ອ່ານເພີ່ມ

ການເມືອງ

ມອບ-ຮັບເຄື່ອງຊຸກຍູ້ກອງປະຊຸມໃຫຍ່

  • 29 Apr 2025
  • ບຸນທະວີ ພົມມະສິດ

2 ພາກສ່ວນທຸລະກິດ ປະກອບສ່ວນຊຸກຍູ້...

ອ່ານເພີ່ມ

ການເມືອງ

ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

  • 22 Mar 2025
  • ບຸນ​ທະ​ວີ ພົມ​ມະ​ສິດ

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

28 ບ້ານ ຂອງເມືອງທຸລະຄົມ ຖືກຮັບຮອງເປັນບ້ານວັດທະນະທໍາຮອບທີ II.

  • 21 Mar 2025
  • ເມືອງທຸລະຄົມ

           ວັນທີ 21 ມີນາ 2025...

ອ່ານເພີ່ມ