ໜ້າຫຼັກ / ການເຄື່ອນໄຫວ / ມອບ-ຮັບເຄື່ອງຊຸກຍູ້ກອງປະຊຸມໃຫຍ່
2 ພາກສ່ວນທຸລະກິດ ປະກອບສ່ວນຊຸກຍູ້ ນ້ຳດື່ມ ແລະ ເສື້ອ ກອງປະຊຸມໃຫຍ່ຄະນະພັກຮາກຖານພະແນກ ຖວທ ແຂວງວຽງຈັນ ຄື: ຕົວແທນບໍລິສັດເບຍລາວສາຂາແຂວງວຽງຈັນ ນຳໂດຍທ່ານ ຜາສຸກ ສີວິໄລ ຜູ້ຈັດການເຂດ ແຂວງວຽງຈັນຕອນລຸ່ມ ໄດ້ອຸປະຖຳ ນ້ຳຕຸກນ້ອຍ ຈຳນວນ 50 ແພັກ.

ແລະ ທ່ານນາງ ບຸນທະວີ ແສງພະຈັນ ປະທານ ບໍລິສັດ ທະວີຊັບ ກໍ່ສ້າງຂົວທາງຈຳກັດ ໄດ້ອຸປະຖຳເສື້ອໂປໂລ ຈຳນວນ 70 ຜືນ ມູນຄ່າ 10 ລ້ານກີບ, ຕາງໜ້າຮັບໂດຍ ຄະນະພະແນກ ຖວທ ແຂວງວຽງຈັນ .
