ໜ້າຫຼັກ / ການເຄື່ອນໄຫວ / ນັກສຳມະນາກອນສື່ມວນຊົນພາກກາງ ໄດ້ລົງທັດສະນະສຶກສາເກັບກຳຂໍ້ມູນຕົວຈິງ ຢູ່ເມືອງວັງວຽງ

ນັກສຳມະນາກອນສື່ມວນຊົນພາກກາງ ໄດ້ລົງທັດສະນະສຶກສາເກັບກຳຂໍ້ມູນຕົວຈິງ ຢູ່ເມືອງວັງວຽງ

27 Jun 2025 | ບຸນທະວີ ພົມມະສິດ |

        ທ້າຍອາທິດທີ່ຜ່ານມາ ນັກສື່ມວນຊົນ ພາກກາງ ຄື: ແຂວງວຽງຈັນ, ໄຊສົມບູນ, ບໍລິຄຳໄຊ ແລະ ນະຄອນຫລວງວຽງຈັນ, ເຊິ່ງເປັນນັກສຳມະນາກອນພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ນັກສື່ມວນຊົນລາວ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມເພື່ອການພັດທະນາສີຂຽວ (ໂຄງການ GAMCIL) ໄດ້ລົງທັດສະນະສຶກສາເກັບກຳຂໍ້ມູນຕົວຈິງເປັນເວລາ 3 ວັນ (27-29 ມິຖຸນາ2025).
      ຈຸດປະສົງເພື່ອນຳໃຊ້ທັກສະຈາກພາກທິດສະດີທີ່ໄດ້ຮຽນຮູ້ 5 ວັນຜ່ານມານັ້ນ ເຂົ້າຊ່ວຍໃນການເກັບກຳຂໍ້ມູນຢູ່ສະຖານທີ່ຕົວຈິງ ຢູ່ສະຖານທີ່ທ່ອງທ່ຽວອ່າງຫລວງ ແລະ ວຽງທາຣາ ຣີສອດ ເຊິ່ງເປັນແຫຼ່ງທ່ອງທ່ຽວທີ່ເປັນຕົວແບບດ້ານການທ່ອງທ່ຽວສີຂຽວ ຂອງເມືອງວັງວຽງ ແຂວງວຽງຈັນ, ເພື່ອນຳມາຂຽນເປັນບົດ ເປັນຂ່າວ ເຜີຍແຜ່ຜ່ານສື່ຕ່າງໆຂອງສູນກາງກໍ່ຄືສື່ທ້ອງຖິ່ນໃຫ້ສັງຄົມໄດ້ຮັບຮູ້.
      ທ່ານ ສະຫວັນຄອນ ຣາຊະມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ໃນນາມເປັນຫົວຫນ້ານຳພາຂະບວນທັດສະນະໃນຄັ້ງນີ້ ໄດ້ມີຄຳເຫັນຊີ້ນຳວ່າ: ການລົງທັດສະນະໃນຄັ້ງນີ້ແມ່ນມີຄວາມຫມາຍສຳຄັນ ເພາະນັກສຳມະນາກອນທຸກຄົນຈະໄດ້ນຳໃຊ້ຄວາມຮູ້ຄວາມສາມາດ ທັກສະຕ່າງໆ ນຳໃຊ້ເຄື່ອງມືເອໄອທີ່ໄດ້ຮຽນໃນພາກທິດສະດີ ມານຳໃຊ້ເຂົ້າໃນການເກັບຂໍ້ມູນຕົວຈິງ ຢູ່ສະຖານທີ່ຈິງ ເພື່ອມາຂຽນເປັນຂ່າວເຜີຍແຜ່ຜ່ານສື່ຕ່າງໆໃຫ້ສັງຄົມໄດ້ຮັບຮູ້ດຖິງ ບັນຫາສິ່ງແວດລ້ອມ ການພັດທະນາສີຂຽວ ການທ່ອງທ່ຽວແບບຍືນຍົງ ແລະ ອື່ນໆ, ສະນັ້ນຈິ່ງຢາກໃຫ້ນັກສຳມະນາກອນທຸກທ່ານຈົ່ງເອົາໃຈໃສ່ປະຕິບັດຫນ້າທີ່ດ້ວຍຄວາມເອົາໃຈໃສ່.
     ນຳພາຂະບວນຄັ້ງນີ້ໂດຍທ່ານ ສະຫວັນຄອນ ຣາຊະມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ທ່ານ ນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການແຄຣ໌ນານາຊາດປະຈຳລາວ ພ້ອມດ້ວຍ ວິທະຍາກອນ ແລະ ນັກສຳມານາກອນສື່ມວນຊົນຈາກ 4 ແຂວງພາກກາງ ຈຳນວນ 19 ທ່ານ, ຍິງ 13 ທ່ານ.

Share:

ຂ່າວຫຼ້າສຸດ

ການທ່ອງທ່ຽວ

ອ່າງຫຼວງ ເນັ້ນການມີສ່ວນຮ່ວມຂອງນັກທ່ອງທ່ຽວ ເພື່ອຮັກສາການທ່ອງທ່ຽວແບບຍືນຍົງ

  • 04 Jun 2025
  • ບຸນທະວີ ພົມມະສິດ

...

ອ່ານເພີ່ມ

ການເມືອງ

ມອບ-ຮັບເຄື່ອງຊຸກຍູ້ກອງປະຊຸມໃຫຍ່

  • 29 Apr 2025
  • ບຸນທະວີ ພົມມະສິດ

2 ພາກສ່ວນທຸລະກິດ ປະກອບສ່ວນຊຸກຍູ້...

ອ່ານເພີ່ມ

ການເມືອງ

ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

  • 22 Mar 2025
  • ບຸນ​ທະ​ວີ ພົມ​ມະ​ສິດ

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

28 ບ້ານ ຂອງເມືອງທຸລະຄົມ ຖືກຮັບຮອງເປັນບ້ານວັດທະນະທໍາຮອບທີ II.

  • 21 Mar 2025
  • ເມືອງທຸລະຄົມ

           ວັນທີ 21 ມີນາ 2025...

ອ່ານເພີ່ມ