ໜ້າຫຼັກ / ການເຄື່ອນໄຫວ / 28 ບ້ານ ຂອງເມືອງທຸລະຄົມ ຖືກຮັບຮອງເປັນບ້ານວັດທະນະທໍາຮອບທີ II.

28 ບ້ານ ຂອງເມືອງທຸລະຄົມ ຖືກຮັບຮອງເປັນບ້ານວັດທະນະທໍາຮອບທີ II.

21 Mar 2025 | ເມືອງທຸລະຄົມ |

     
     ວັນທີ 21 ມີນາ 2025 ນີ້, ເມືອງທຸລະຄົມ ແຂວງວຽງຈັນ ໄດ້ຈັດພິທີປະກາດຮັບຮອງເອົາ 28 ບ້ານ ເປັນບ້ານວັດທະນະທໍາຮອບທີ II ຂອງຈໍານວນ 42 ບ້ານທົ່ວເມືອງ, ໂດຍການເປັນປະທານຮ່ວມ ຂອງ ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງໆທຸລະຄົມ, ທ່ານ ຈະເລີນ ປຸນທະເຮືອງສີ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງວຽງຈັນ ແລະ ທ່ານ ຄໍາພອນ ຈັນທະວົງສັກ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ນາຍບ້ານ 28 ບ້ານ ພ້ອມດ້ວຍພະນັກງານຂອງຫ້ອງການ ຖວທ ເມືອງເຂົ້າຮ່ວມ.
      ທ່ານ ນາງ ວິໄລວັນ ລາດຊະວົງ ນາຍບ້ານໆນາເພີຍ ຕາງໜ້າໃຫ້ 28 ບ້ານ ຂຶ້ນຜ່ານບົດສະຫຼຸບການສ້າງຄອບຄົວ ແລະ ບ້ານວັດທະນະທໍາ ຕາມເງື່ອນໄຂມາດຖານ ທີ່ໄດ້ລະບຸໄວ້ໃນດໍາລັດເລກທີ 123/ລບ ລົງວັນທີ 16 ກຸມພາ 2021 ວ່າດ້ວຍການສ້າງຄອບຄົວ ແລະ ບ້ານວັດທະນະທໍາ ແລະ ຄໍາແນະນໍາຂອງກະຊວງຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ. ຈາກນັ້ນ ທ່ານ ໄຊຖາວອນ ໄຊຍະວົງ ຮອງຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ ໄດ້ຂຶ້ນຜ່ານບົດປະເມີນກ່ຽວກັບການສ້າງຄອບຄົວ ແລະ ບ້ານວັດທະນະທໍາ ຂອງຈໍານວນ 28 ບ້ານ ຊຶ່ງລ້ວນແລ້ວແຕ່ຜ່ານການເກັບກໍາຂໍ້ມູນ, ປະເມີນ ແລະ ຢັ້ງຢືນຕົວຈິງ ຕາມເງື່ອນໄຂມາດຖານກໍານົດໄວ້.
      ທ່ານ ຈະເລີນ ປຸນທະເຮືອງສີ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໆວຽງຈັນ ວ່າກ້ວຍການຮັບຮອງເອົາ 28 ບ້ານ ຂອງເມືອງທຸລະຄົມ ເປັນບ້ານວັດທະນະທໍາຮອບທີ II, ໂອກາດນີ້ ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງໆທຸລະຄົມ ໄດ້ເປັນກຽດຂຶ້ນມອບໃບຢັ້ງຢືນໃຫ້ 28 ບ້ານ ພ້ອມກັບມີຄໍາເຫັນໂອ້ລົມຕໍ່ພິທີໃນຄັ້ງນີ້ອີກດ້ວຍ.
อาจเป็นรูปภาพของ 8 คน, แท่นบรรยาย และ ข้อความ

Share:

ຂ່າວຫຼ້າສຸດ

ການທ່ອງທ່ຽວ

ນັກສຳມະນາກອນສື່ມວນຊົນພາກກາງ ໄດ້ລົງທັດສະນະສຶກສາເກັບກຳຂໍ້ມູນຕົວຈິງ ຢູ່ເມືອງວັງວຽງ

  • 27 Jun 2025
  • ບຸນທະວີ ພົມມະສິດ

       ...

ອ່ານເພີ່ມ

ການທ່ອງທ່ຽວ

ອ່າງຫຼວງ ເນັ້ນການມີສ່ວນຮ່ວມຂອງນັກທ່ອງທ່ຽວ ເພື່ອຮັກສາການທ່ອງທ່ຽວແບບຍືນຍົງ

  • 04 Jun 2025
  • ບຸນທະວີ ພົມມະສິດ

...

ອ່ານເພີ່ມ

ການເມືອງ

ມອບ-ຮັບເຄື່ອງຊຸກຍູ້ກອງປະຊຸມໃຫຍ່

  • 29 Apr 2025
  • ບຸນທະວີ ພົມມະສິດ

2 ພາກສ່ວນທຸລະກິດ ປະກອບສ່ວນຊຸກຍູ້...

ອ່ານເພີ່ມ

ການເມືອງ

ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

  • 22 Mar 2025
  • ບຸນ​ທະ​ວີ ພົມ​ມະ​ສິດ

ອ່ານເພີ່ມ